ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ VIII ຂອງໜ່ວຍພັກ ຫ້ອງການສະຫະພັນແມ່ຍິງກອງທັບ


     ໃນວັນທີ 6 ຕຸລາ 2023 ນີ້, ຫ້ອງການສະຫະພັນແມ່ຍິງກອງທັບ ໄດ້ເປີດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ VIII , ໂດຍການເປັນ
ປະທານຂອງ ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າກົມຈັດຕັ້ງພັກ ກົມ
ໃຫຍ່ການເມືອງກອງທັບ, ມີຄະນະສະຫະພັນແມ່ຍິງກອງທັບ, ຄະນະພັກ-ຄະນະບັນຊາ ກົມກອງ, ຫ້ອງການ, ສະມາຊິກພັກເຂົ້າຮ່ວມ.

     ສະຫາຍ ພັນເອກ ນາງ ໄພວອນ ອິນທະບຸດ ເລຂາໜ່ວຍພັກ ຫ້ອງການສະຫະພັນແມ່ຍິງກອງທັບ ໄດ້ຂຶ້ນຜ່ານບົດລາຍງານທັງສອງພາກ
ໃນໄລຍະ 5 ປີຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນການນໍາພາ-ຊີ້ນໍາຂອງຄະນະໜ່ວຍພັກ ພ້ອມທັງຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງບາງ
ບັນຫາເຊິ່ງຄະນະໜ່ວຍພັກຫ້ອງການສະຫະພັນແມ່ຍິງກອງທັບ ເປັນເສນາທິການໃຫ້ແກ່ຄະນະພັກກົມໃຫຍ່ການເມືອງກອງທັບ, ກໍຄືຄະນະ
ພັກ ກະຊວງປ້ອງກັນປະເທດ, ມີພາລະບົດບົດໃນການຈັດຕັ້ງຜັນຂະຫຍາຍແນວທາງ, ແຜນນະໂຍບາຍ, ມະຕິຄໍາສັ່ງຂອງພັກ ແລະ ແຜນດໍາ
ເນີນງານຂອງ ກະຊວງປ້ອງກັນປະ ເທດ, ປັບປຸງກໍ່ສ້າງກົມກອງ ແລະ ໜ່ວຍພັກຂອງຕົນ, ມີໜ້າທີ່ໃນການນໍາພາ-ຊີ້ ນຳ, ສຶກສາອົບຮົມການ
ເມືອງ-ນຳພາແນວຄິດ, ການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ລະບຽບວິໄນຂອງກອງທັບ, ກົດລະບຽບຂອງ
ສະຫະພັນແມ່ຍິງລາວ, ປັບປຸງກໍ່ສ້າງພັກ-ພະນັກງານ, ອົງການຈັດຕັ້ງມະຫາຊົນ, ຊຸກຍູູ້ ແລະ ເສີມຂະຫຍາຍບົດບາດຂອງອົງການຈັດຕັ້ງສະ
ຫະພັນແມ່ຍິງທົ່ວກໍາລັງຫຼວງ, ໃນການຈັດຕັ້ງປະຕິບັດໜ້າທີ່ເປັນເສນາທິການໃຫ້ກົມກອງ, ໃນການຊຸກຍູ້ການສ້າງເສດຖະກິດ ເພື່ອແກ້ໄຂ
ຊີວິດການເປັນຢູ່ຂອງຄອບຄົວໃຫ້ດີຂຶ້ນ. ໜ່ວຍພັກພວກເຮົາໄດ້ນໍາພາ-ຊີ້ນໍາວຽກງານວິຊາສະເພາະຕາມພາລະບົດບາດ ແລະ ໜ້າທີ່ຂອງຕົນໃນ
ການເປັນເສນາທິການໃຫ້ແກ່ ຄະນະພັກກະຊວງປ້ອງກັນປະເທດ ກໍຄືຄະນະພັກກົມໃຫຍ່ການເມືອງກອງທັບ ແລະ ສູນກາງສະຫະພັນແມ່ຍິງ
ລາວ ດ້ວຍການປະຕິບັດໜ້າວຽກຄືດັ່ງນີ້: ໄດ້ນໍາພາຈັດຕັ້ງກອງປະຊຸມຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ VIII ສຳເລັດ ໃນ ວັນທີ 29 ກໍລະກົດ
2020 ຜູ້ແທນເຂົ້າຮ່ວມ 101 ສະຫາຍ, ຊາຍ 59 ສະຫາຍ, ໄດ້ນໍາພາຄະນະຜູ້ແທນແມ່ຍິງກອງທັບ ຈໍານວນ 10 ສະຫາຍ ເຂົ້າຮ່ວມກອງປະ
ຊຸມຜູ້ແທນແມ່ຍິງລາວ ທົ່ວປະເທດຄັ້ງທີ VII ແລະ ໄດ້ນຳພາຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII ຢູ່
ຂັ້ນກະຊວງ ແລະ ບັນດາກົມກອງຮາກຖານໃນເຂດກຳລັງຫຼວງສຳເລັດ 36 ກົມກອງ, ມີຜູ້ເຂົ້າຮ່ວມ 11.892 ສະຫາຍ, ຊາຍ 1.386 ສະຫາຍ,
ເຂົ້າຮ່ວມກອງປະຊຸມປຶກສາຫາລືໃນການຮ່າງບົດລາຍງານແຫ່ງຊາດປະຈຳໄລຍະທີ 7 ກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິ
ເດັກປະຈໍາໄລຍະ 7ຄັ້ງ, ອານຸສັນຍາວ່າດ້ວຍການຄ້າຂາຍເດັກ, ປະເວນີເດັກ ແລະ ສິ່ງລາມົກອານາຈານກ່ຽວກັບເດັກ ແລະ ອານຸສັນຍາວ່າດ້ວຍ
ການເຂົ້າຮ່ວມ ຂອງເດັກໃນການປະທະກັນດ້ວຍກຳລັງອາວຸດ, ວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ວຽກແມ່ ແລະ ເດັກຈໍານວນ
8 ຄັ້ງ, ເຂົ້າຮ່ວມໂຄສະນາເຜີຍແຜ່ວຽກງານຕ້ານການຄ້າມະນຸດບັນດາກົມກອງຊາຍແດນ 3 ຄັ້ງ, ໄດ້ປະກອບສ່ວນວຽກງານສື່ມວນຊົນ ໃນ
ການໂຄສະນາຜ່ານລາຍການວິທະຍຸກອງທັບ, ໂທລະພາບກອງທັບ, ໜັງສືພິມກອງທັບ, ວາລະສານສາວລາວ, ໜັງສືພິມແມ່ຍິງລາວ ແລະ ກະ
ບອກສຽງແມ່ຍິງລາວ ລວມທັງໝົດຈໍານວນ 85 ຄັ້ງ, ໄດ້ຜະລິດ ແລະ ຈໍາໜ່າຍເສື້ອຂອງສະຫະພັນແມ່ຍິງກອງທັບ ຢູ່ບັນດາກຳລັງຫຼວງ ແລະ
ກຳລັງທ້ອງຖິ່ນ ໃນໂອກາດຂໍ່ານັບຮັບຕ້ອນວັນແມ່ຍິງສາກົນຄົບຮອບ 113 ປີ, ນໍາພາຈັດຕັ້ງປາຖະກະຖາໃນໂອກາດສະເຫຼີມສະຫຼອງວັນສຳຄັນ
ຕ່າງໆຂອງພັກ, ຂອງຊາດ, ຂອງກອງທັບ, ເປັນຕົ້ນວັນແມ່ຍິງສາກົນ 8 ມີນາ, ວັນສ້າງຕັ້ງແມ່ຍິງລາວ ແລະ ວັນຍຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່
ຍິງ-ເດັກນ້ອຍ, ນອກຈາກນີ້ຍັງໄດ້ປຸກລະດົມຂະບວນການຂອງເອື້ອຍນ້ອງແມ່ຍິງປະກອບສ່ວນເຂົ້າໃນການປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ
ຂອງອົງຄະນະພັກ ກະຊວງປ້ອງກັນປະເທດວາງອອກ ໄດ້ມີຜົນສຳເລັດໃນຫຼາຍດ້ານ.

     ຈາກຜົນສຳເລັດອັນພົ້ນເດັ່ນ ສະຫະພັນແມ່ຍິງກອງທັບ ຈຶ່ງໄດ້ຮັບການຍ້ອງຍໍປະເພດຕ່າງໆຄືດັ່ງນີ້: ຫຼຽນໄຊ ລວມໝູ່ ມີ ຫຼຽນໄຊແຮງງານ
ຊັ້ນ II 2 ໜ່ວຍ, ຫຼຽນໄຊແຮງງານຊັ້ນ III 3 ໜ່ວຍ , ຫຼຽນກາແຮງງານ 1 ໜ່ວຍ, ໃບຍ້ອງຍໍກະຊວງ 1 ໃບ ແລະ ຮັກສາທຸງໄຊ 3 ດີ ຈາກສູນກາງ
ສະຫະພັນແມ່ຍິງລາວ ເປັນສະໄໝທີ 4. ໃນກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກ ຫ້ອງການສະຫະພັນແມ່ຍິງກອງທັບຊຸດໃໝ່
ເຊິ່ງກອງປະຊຸມຄັ້ງປະຖົມລຶກເຫັນດີເປັນເອກະສັນເລືອກເອົາສະຫາຍ ພັນເອກ ນາງ ໄພວອນ ອິນທະບຸດ ເປັນເລຂາ, ສະຫາຍ ພັນເອກ ນາງ ຫລ້າ
ຄຸນນະວົງສາ ເປັນຮອງເລຂາ ແລະ ພັນໂທ ນາງ ປາ ວົງສະແຫວງ ເປັນກຳມະການກວດກາ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 09/10/2023